\v 9 ພຽງເເຕ່ເອົາໃຈໃສ່ເເລະປົກປ້ອງຕົວຂອງທ່ານເອົາໄວ້ໃຫ້ດີເພື່ອວ່າພວກທ່ານຈະບໍ່ລືມສິ່ງຕ່າງໆທີ່ດວງຕາຂອງພວກທ່ານໄດ້ເຫັນເເລ້ວເພື່ອວ່າສິ່ງເລົ່ານີ້ຈະບໍ່ອອກໄປຈາກຫົວໃຈຂອງພວກທ່ານ ເເຕ່ຈົ່ງເຮັດໃຫ້ບັນດາລູກຫລານຂອງພວກທ່ານໄດ້ຮູ້ເຖິງສິ່ງເລົ່ານີເຖີດ \v 10 ໃນວັນນີ້ທີ່ພວກທ່ານໄດ້ຢືນຕໍ່ພະພັກພຣະຢາເວພຣະເຈົ້າຂອງພວກທ່ານທີ່ໂຮເຣັບ ເມື່ອພຣະຢາເວໄດ້ກ່າວວ່າ 'ຈົງເອີ້ນປະຊາຊົນມາຊຸມນຸມຕໍ່ຫນ້າເຮົາເເລະເຮົາຈະເຮັດໃຫ້ເຂົາໄດ້ຍິນບັນດາ້ຖ້ອຍຄຳຂອງເຮົາ ເພື່ອພວກເຂົາຈະໄດ້ຮຽນຮູ້ທີ່ຈະຢຳເກງເຮົາໃນທຸກວັນນີ້ທີ່ພວກເຂົາມີຊີວິດຢູ່ເທິງແຜ່ນດິນໂລກນີ້ ເເລະທີ່ີພວກເຮົາຈະສອນໃຫ້ເເກ່ບັັນດາລູກຫລານຂອງພວກເຂົາ