\v 9 ພວກທ່ານຈົ່ງນັບໄປໃຫ້ຄົບເຈັດອາທິດ ເພື່ອໂຕຂອງພວກທ່ານ ຈາກເວລານັ້ນທີ່ພວກທ່ານເຮີ່ມຕົ້ນເກັບກ່ຽວຕົ້ນເຂົ້າພວກທ່ານຕ້ອງເລີ່ມຕົ້ນນັ້ນໄປເຈັດອາທິດ \v 10 ພວກທ່ານຕ້ອງຖືຮັກສາເທດສະການເພື່ອພຣະຢາເວພຣະເຈົ້າຂອງພວກທ່ານພ້ອມກັບຖວາຍຂອງຖວາຍຕາມໃຈມັກຈາກມືຂອງພວກທ່ານທີ່ພວກທ່ານຈະໃຫ້ ຕາມທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງອວຍພອນພວກທ່ານ