\v 9 ເມື່ອຂ້ານ້ອຍຂຶ້ນໄປພູເຂົາເພື່ອຮັບເເຜ່ນສີລາ ຄືເເຜ່ນສີລາເເຫ່ງພັນທະສັນຍາທີ່ພຣະຢາເວໄດ້ເຮັດໄວ້ກັບພວກທ່ານຂ້ານ້ອຍໄດ້ຢູ່ເທິງພູເຂົາເປັນເວລາສີ່ສິບມື້ເເລະສີ່ສິບຄືນຂ້ານ້ອຍບໍ່ໄດ້ກິນຂະຫມົມປັງຫລືກິນນ້ຳເລີຍ \v 10 ພຣະຢາເວໄດ້ປະທານເເຜ່ນສີລາໃຫ້ພວກທ່ານສອງເເຜ່ນໃຫ້ເເກ່ພວກເຈົ້າຊຶ່ງຖືກຂຽນໂດຍມືຂອງພຣະອົງ ເທິງສີລາເຫລົ່ານັ້ນ ທຸກສິ່ງໄດ້ຖືກຈາລຶກໄວ້ຄືກັບຖ້ອຍຄຳທັງຫມົດທີ່ພຣະຢາເວໄດ້ຊົງປະກາດໃຫ້ເເກ່ພວກທ່ານຈາກກາງໄຟທີ່ຢູ່ເທິງພູເຂົາໃນວັນທີ່ຊຸມນຸມກັນນັ້ນ