\v 63 ເມື່ອພຣະຢາເວໄດ້ຊື່ນຊົມຍິນດີເຫນືອພວກທ່ານໃນການເຮັດສິ່ງດີຕໍ່ພວກທ່ານ ເເລະໃນການທະວີຄູນພວກທ່ານ ດັ່ງນັ້ນພຣະອົງຈະຊົງຊົ່ມຊື່ນຍິນດີເຫນືອພວກທ່ານໃນການເຮັດໃຫ້ພວກທ່ານພິນາດເເລະໃນການທຳລາຍພວກທ່ານ ພວກທ່ານຈະຖືກຖອນອອກຈາກດິນເເດນທີ່ພວກທ່ານຈະໄປຢຶດຄອງນັ້ນ \v 64 ພຣະຢາເວຈະເຮັດໃຫ້ພວກທ່ານກະຈັດກະຈາຍໄປໃນທ່າມກາງປະຊາຊົນທັງຫມົດສຸດປາຍເເຜ່ນດິນໂລກຫນຶ່ງໄປຍັງປາຍເເຜ່ນດິນໂລກຫນຶ່ງ ທີ່ນັ້ນພວກທ່ານຈະນະມັດສະການພະອື່ນໆ ທີ່ພວກທ່ານບໍ່ຮູ້ຈັກບໍ່ວ່າພວກທ່ານຫລືບັນພະບູລຸດຂອງພວກທ່ານ ພະຕ່າງໆ ທີ່ເຮັດຈາກໄມ້ເເລະຫີນ.