\v 10 ເພາະດິນເເດນນັ້ນ, ທີ່ພວກທ່ານຈະເຂົ້າໄປຢຶດຄອງນັ້ນ, ບໍ່ຄືກັບດິນເເດນຂອງເອຢິບທີ່ພວກທ່ານໄດ້ມາ, ເເມ່ນພວກທ່ານໄດ້ມາຈາກການວ່ານເມັດເຂົ້າຂອງພວກທ່ານ, ເເລະຫົດນ້ຳດ້ວຍຕີນຂອງພວກທ່ານເປັນຄືສວນພືດພັນຕ່າງໆ \v 11 ເເຕ່ດິນເເດນນັ້ນທີ່ພວກທ່ານ, ຈະຂ້າມໄປຢຶດຄອງນັ້ນ, ເປັນດິນເເດນເເຫ່ງເນີນເຂົາເເລະພູເຂົາຕ່າງໆ ເເລະກິນນ້ຳທີ່ເປັນນ້ຳຝົນຈາກທ້ອງຟ້າ, \v 12 ດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງເອົາໃຈໃສ່ສາຍຕາຂອງພຣະຢາເວພຣະເຈົ້າຂອງພວກທ່ານຊົງເຝົ້າເຫນືອເເຜ່ນດິນນັ້ນສະເຫມີ ຈາກວັນເລີ່ມຕົ້ນຂອງປີໄປຈົນເຖິງວັນສຸດທ້າຍຂອງປີ.