\c 6 \v 1 ດັ່ງນັ້ນ ເຫລົ່ານີ້ຄືພຣະບັນຊາ ກົດບັນຍັດ ເເລະກົດເກນຕ່າງໆ ທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງບັນຊາພວກທ່ານ ເພື່ອວ່າພວກທ່ານຈະຖືຮັກສາໄວ້ໃນດິນເເດນທີ່ພວກທ່ານກຳລັງຈະຂ້າມເເມ່ນ້ຳຈໍເເດນໄປເພື່ອຍຶດຄອງນັ້ນ \v 2 ເພື່ອວ່າພວກທ່ານຈະໃຫ້ກຽດພຣະຢາເວພຣະເຈົ້າຂອງພວກທ່ານເມື່ອພວກທ່ານຖືຮັກສາບັນຍັດເເລະພະບັນຊາທັງຫລາຍຂອງພຣະອົງທີ່ຂ້ານ້ອຍກຳລັງບັນຊາໃຫ້ເເກ່ພວກທ່ານ ຄືພວກທ່ານ ບັນດາລູກຊາຍຂອງພວກທ່ານຕະຫລອດທຸກວັນໃນຊີວິດຂອງພວກທ່ານ ເພື່ອວັນເວລາຂອງພວກທ່ານຈະຍືນຍາວ