\v 2 ຖ້າຫາກພົບເຫັນຜູ້ຊາຍຫລືຍິງຄົນໃດໃນທ່າມກາງພວກທ່ານ ຄືບັນດາປະຕູເມືອງທັງຫລາຍຂອງພວກທີ່ພຣະຢາເວພຣເຈົ້າຂອງພວກທ່ານທີ່ເຮັດຊົ່ວໃນສາຍພະເນດພຣະຢາເວພຣະເຈົ້າຂອງພວກທ່ານເເລະລະເມີດຕໍ່ບັນຍັດຂອງພຮະອົງ \v 3 ຄົນທີ່ໄດ້ໄປເເລະນະມັດສະການພະອື່ນໆ ເເລະກົ້ມກາບພະເຫລົ່ານັ້ນ ບໍ່ວ່າຈະເປັນຕາເວັນ ເດືອນ ຫລືສິ່ງໃດທີ່ເປັນບໍລິວານທ້ອງຟ້າ ສິ່ງໃດທີ່ຂ້ານ້ອຍໄດ້ຫ້າມເອົາໄວ້ \v 4 ເເລະພວກທ່ານໄດ້ຮັບການບອກກ່າວເລື່ອງນີ້ ຫລືພວກທ່ານໄດ້ຍິນເລື່ອງນີ້ເເລ້ວ ພວກທ່ານຈົ່ງຖາມຢ່າງລະອຽດ ຖ້າຫາກເປັນຄວາມຈິງເເລະຖືກຕ້ອງເເນ່ນອນເເລ້ວວ່າມີສິ່ງທີ່ຫນ້າລັງກຽດເກີດຂຶ້ນໃນອິດສະຣາເອນ ນີຄືສິ່ງທີ່ພວກທ່ານສົມຄວນຕ້ອງເຮັດ