lo_deu_text_ulb_l3/08/15.txt

1 line
1.4 KiB
Plaintext
Raw Normal View History

\v 15 ຢ່າຫລົງລືມພຣະອົງຜູ້ຊົງນຳພວກທ່ານອອກມາຈກຖິ່ນທຸລະກັນດານອັນກວ້າງໃຫຍ່ເເລະຫນ້າຢ້ານ ທີ່ມີສັດມີພິດຮ້າຍເເຮງເເລະເມງປ່ອງທັງຫລາຍ ເເລະຜືນເເຜ່ນດິນທີ່ເເຫ້ງເເລ້ງບໍ່ມີນ້ຳຜູ້ໄດ້ຊົງເຮັດໃຫ້ນ້ຳໄຫລອອກມາຈາກຫີນເຫລັກໄຟນັ້ນ \v 16 ພຣະອົງໄດ້ຊົງລ້ຽງດູພວກທ່ານໃນຖິ່ນທຸລະກັນດານດ້ວຍມານ້າທີ່ບັນພະບູລຸດຂອງທ່ານທັງຫລາຍບໍ່ເຄີຍຮູ້ຈັກເພື່ອວ່າພຣະອົງຈະເຮັດໃຫ້ພວກທ່ານຖ່ອມໃຈເເລະທົດສອບພວກທ່ານ ເພື່ອເຮັດໃຫ້ພວກທ່ານດີໃນບັ້ນປາຍ \v 17 ເເຕ່ພວກທ່ານອາດກ່າວໃນໃຈຂອງພວກທ່ານວ່າ ອຳນາດຂອງເຮົາເເລະກຳລັງເເຫ່ງມືຂອງເຮົາເຮັດໃຫ້ໄດ້ຄວາມມັ່ງຄັ່ງທັງຫມົດນີ້