lo_deu_text_ulb_l3/21/15.txt

1 line
1.7 KiB
Plaintext
Raw Normal View History

\v 15 ຖ້າຫາກຜູ້ຊາຍຄົນໃດທີ່ມີເມຍຫນຶ່ງຄົນຫລືສອງຄົນເປັນທີ່ຮັກກັບອີກຄົນເປັນທີ່ກຽດຊັງ, ເເລະພວກນາງທັງສອງຄົນໄດ້ກຳເນີດລູກເເກ່ເຂົາຄືທັງເມຍທີ່ເປັນທີ່ຮັກເເລະເມຍທີ່ເປັນທີ່ກຽດຊັງ, ຖ້າລູກຊາຍຄົນຫົວປີຂອງເມຍຄົນທີ່ຖືກກຽດຊັງ, \v 16 ເເລ້ວໃນວັນທີ່ຜູ້ຊາຍຄົນນັ້ນເຮັດໃຫ້ລູກຊາຍຂອງເຂົາໄດ້ຮັບມໍຣະດົກທີ່ເຂົາຄອບຄອງ, ເຂົາຕ້ອງບໍ່ເຮັດໃຫ້ລູກຊາຍຂອງເມຍທີ່ເປັນທີ່ຮັກເປັນລູກຫົວປີກ່ອນລູກຊາຍຂອງເມຍຄົນທີ່ເຂົາກຽດຊັງ, ຄືລູກຊາຍທີ່ເປັນລູກຫົວປີຢ່າງເເທ້ຈິງ. \v 17 ເເຕ່ເຂົາຕ້ອງຍອມຮັບລູກຊາຍທີ່ເປັນຂອງເມຍທີ່ເຂົາກຽດຊັງນັ້ນ, ໂດຍການມອບສ່ວນເເບ່ງເປັນສອງເທົ່າຂອງທຸກສິ່ງທີ່ເຂົາຄອບຄອງເເກ່ລູກຊາຍຄົນນັ້ນ; ເພາະລູກຊາຍຄົນນັ້ນເປັນຈຸດເລີ່ມຕົ້ນຂອງກຳລັງຂອງເຂົາ; ສິດຂອງລູກຫົວປີຂອງພວກເຂົາ.