lo_deu_text_ulb_l3/16/13.txt

1 line
1.0 KiB
Plaintext
Raw Normal View History

\v 13 ພວກທ່ານຕ້ອງຖືຮັກສາເທສະການອາທິດເປັນເວລາເຈັດວັນຫລັງຈາກພວກທ່ານໄດ້ຮວບຮວມການເກັບກ່ຽວຈາກລານນວດເຂົ້າຂອງພວກທ່ານເເລະຈາກອ່າງຢຽບນ້ຳອະງຸ່ນ ຂອງພວກທ່ານ. \v 14 ພວກທ່ານຈະຊື່ນຊົມຍິນດີໃນລະຫວ່າງເທສະການຂອງພວກທ່ານ-ຄືພວກທ່ານ, ລູກຊາຍ, ເເລະລູກຍິງຂອງພວກທ່ານ, ຄົນຮັບໃຊ້ຊາຍເເລະຍິງຂອງພວກທ່ານ, ຄົນເລວີເເລະຄົນຕ່າງຊາດ, ເເລະລູກກຳພ້າ, ເເລະເເມ່ຫມ້າຍ ທີ່ອາໄສຢູ່ໃນປະຕູເມືອງທັງຫລາຍຂອງພວກທ່ານ.