lo_deu_text_ulb_l3/30/09.txt

1 line
1.6 KiB
Plaintext
Raw Normal View History

\v 9 ພຣະຢາເວພຣະເຈົ້າຂອງພວກທ່່ານຈະຊົງເຮັດໃຫ້ພວກທ່ານອຸດົມສົມບູນໃນການງານທຸກຢ່າງທີ່ມືຂອງພວກທ່ານເຮັດໃນຜົນເເຫ່ງຮ່າງກາຍຂອງພວກທ່ານ ໃນຜົນເເຫ່ງຝູງສັດຂອງພວກທ່ານ ໃນຜົນເເຫ່ງດິນຂອງພວກທ່ານ ເພື່ຶອຄວາມຈະເລີນຮຸ່ງເຮືອງ ເພາະພຣະຢາເວຊົງດີໃຈເຫນືອພວກທ່ານອີກຄັ້ງຫນຶ່ງເພາະຄວາມຈະເລີນຮຸ່ງເຮືອງ ເຫມືອນກັບທີ່ພຣະອົງໄດ້ຍິນດີເຫນືອບັນດາບັນພະບູລຸດຂອງພວກທ່ານ \v 10 ພຣະອົງຈະຊົງເຮັດສິ່ງນີ້ຖ້າຫາກພວກທ່ານຈະເຊື່ອຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ ເພື່ອຖືຮັກສາບັນຍັດຕ່າງໆ ຂອງພຣະອົງທີ່ຖືກບັນທຶກໄວ້ໃນຫນັງສືເເຫ່ງກົດບັນຍັດນີ້ ຖ້າພວກທ່ານຫັນມາຫາພຣະຢາເວພຣະເຈົ້າຂອງພວກທ່ານດ້ວຍສິ້ນສຸດໃຈເເລະດ້ວຍສິ້ນສຸດຈິດຂອງພວກທ່ານ