|
\v 24 ເມື່ອຫົວຫນ້າຮັກສາພຣະວິຫານ ແລະ ພວກຫົວຫນ້າ ມະຫາປະໂຣຫິດໄດ້ຍິນຖ້ອຍຄຳເຫລົ່ານີ້, ພວກເຂົາກໍສັບສົນຫຼາຍໃນເລື່ອງກ່ຽວກັບວ່າພວກອັກຄະສາວົກຈະເປັນແບບໃດຕໍ່ໄປ. \v 25 ແລ້ວມີບາງຄົນເຂົ້າມາບອກກັບພວກເຂົາວ່າ, "ພວກຄົນທີ່ທ່ານຂັງໄວ້ຢູ່ໃນຄຸກກຳລັງຢືນສັ່ງສອນປະຊາຊົນຢູ່ໃນພຣະວິຫານ." |