\c 14 \v 1 ໃນເມືອງອີໂກນີອົນທີ່ໂປໂລ ແລະ ບາຣະນາບາພາກັນເຂົ້າໄປໃນທຳມະສາລາຂອງພວກຢິວ ແລະ ກ່າວກ່ຽວກັບທາງນັ້ນ ເຊິ່ງເຮັດໃຫ້ທັງພວກຢິວ ແລະ ພວກກຣີກຈຳນວນຫລາຍເຊື່ອ. \v 2 ແຕ່ພວກຢິວທີ່ບໍ່ເຊື່ອຟັງໄດ້ຕົ໋ວະຍົ໋ວະພວກຄົນຕ່າງຊາດໃຫ້ກຽດຊັງພວກພີ່ນ້ອງທີ່ເຊື່ອ.