lo_act_text_ulb_l3/13/42.txt

1 line
875 B
Plaintext

\v 42 ຂະ​ນະ​ທີ່ໂປໂລ ແລະ ບາຣະນາບາຈາກ​ໄປ, ພວກທ່ານກໍອ້ອນວອນໃຫ້ທ່ານທັງສອງກ່າວຖ້ອຍຄໍາຢ່າງດຽວກັນອີກໃນວັນຊະບາໂຕຕໍ່​ໄປ. \v 43 ເມື່ອການປະ​ຊຸມໃນວັນຊະບາໂຕເລີກແລ້ວ, ພວກຢິວ ແລະ ຄົນທີ່ເຂົ້າຮີດຢິວທີ່ນັບຖືພຣະເຈົ້າຫລາຍຄົນກໍຕິດຕາມໂປໂລ ແລະ ບາຣະນາບາ, ທ່ານທັງສອງຈຶ່ງໄດ້ໂອ້​ລົມ ແລະຫນູນໃຈໃຫ້ພວກເຂົາດໍາເນີນຊີວິດຢູ່ໃນພຣະຄຸນຂອງພຣະເຈົ້າ.