lo_act_text_ulb_l3/01/24.txt

1 line
1004 B
Plaintext

\v 24 ພວກເຂົາຈຶ່ງອະທິຖານ ແລະ ກ່າວວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງຮູ້ຈິດໃຈຂອງທຸກຄົນ, ຂໍພຣະອົງຊົງໂຜດໃຫ້ເຫັນວ່າຄົນໃດໃນສອງຄົນນີ້ທີ່ພຣະອົງຊົງເລືອກ. \v 25 ໃຫ້ຮັບຫນ້າທີ່ໃນວຽກງານຮັບໃຊ້ນີ້ ແລະ ເປັນອັກຄະສາວົກແທນຢູດາທີ່ໄດ້ເຮັດຜິດໄປຈາກຫນ້າທີ່ຂອງຕົນເອງ." \v 26 ພວກເຂົາຈັບສະຫລາກກັນ, ແລະ ສະຫລາກນັ້ນກໍ່ຕົກຢູ່ທີ່ ມັດເທຍ, ແລ້ວລາວໄດ້ຖືກນັບເຂົ້າຢູ່ໃນກຸ່ມອັກຄະສາວົກສິບເອັດຄົນນັ້ນ.