lo_act_text_ulb_l3/26/01.txt

1 line
1023 B
Plaintext

\c 26 \v 1 ດັ່ງນັ້ນອັກຄຣິປາຈຶ່ງກ່າວແກ່ໂປໂລ, "ເຈົ້າຈົ່ງເວົ້າແທນຕົວເຈົ້າເອງ." ແລ້ວໂປໂລຈຶ່ງຍືນມືອອກມາ ແລະ ໃຫ້ການປົກປ້ອງຕົນເອງ. \v 2 "ຂ້າພະອົງມີຄວາມຍິນດີເປັນຢ່າງຍິ່ງ, ກະສັດອັກຄຣິປາ, ທີ່ ດ້ແກ້ຄະດີຕໍ່ຫນ້າພຣະອົງກັບຂໍ້ກ່າວຫາທັງຫມົດຂອງຊາວຢິວ; \v 3 ໂດຍສະເພາະຢ່າງຍິ່ງພຣະອົງເປັນຜູ້ຊ່ຽວຊານໃນປະເພນີ ແລະ ບັນຫາທຸກຢ່າງຂອງຊາວຢິວ. ດັ່ງນັ້ນຂ້າພຣະອົງຈຶ່ງຂໍໃຫ້ພຣະອົງໂປດອົດທົນຟັງຂ້າພຣະອົງດ້ວຍ.