lo_act_text_ulb_l3/01/01.txt

1 line
1.3 KiB
Plaintext

\c 1 \v 1 ໂອຟິລັສ , ໃນຫນັງສືທີ່ຂ້າພະເຈົ້າໄດ້ຂຽນກ່ອນຫນ້ານີ້, ທີ່ໄດ້ບອກທຸກສິ່ງທີ່ພຣະເຢຊູຄຣິດເຈົ້າໄດ້ຊົງເລີ່ມຕົ້ນເຮັດ ແລະ ສັ່ງສອນ, \v 2 ຈົນເຖິງມື້ທີ່ພຣະອົງຖືກຮັບຂື້ນໄປ, ຫລັງຈາກພຣະອົງກ່າວສັ່ງຜ່ານພຣະວິນຍານບໍຣິສຸດເຈົ້າກັບບັນດາອັກຄະສາວົກທີ່ພຣະອົງຊົງເລືອກໄວ້. \v 3 ຫລັງຈາກທີ່ພຣະອົງທົນທຸກທໍລະມານມາແລ້ວ, ພຣະອົງຊົງປະກົດພຣະອົງທີ່ມີຊີວິດຢູ່ກັບພວກເຂົາດ້ວຍຫຼັກຖານຫລາຍຢ່າງທີ່ເຮັດໃຫ້ພວກເຂົາເຊື່ອ. ພຣະອົງຊົງປະກົດແກ່ພວກເຂົາເປັນເວລາສີ່ສິບວັນ, ແລະ ພຣະອົງຊົງກ່າວເຖິງຣາຊະອານາຈັກຂອງພຣະເຈົ້າ.