1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 40 ເປໂຕຈຶ່ງໃຫ້ພວກເຂົາອອກໄປທາງນອກ, ແລ້ວຄຸເຂົ່າລົງ, ອະທິຖານ; ທ່ານປິ່ນມາຫາຊາກສົບນັ້ນ, ແລະກ່າວວ່າ, "ຕາບີທາເອີຍ, ຈົ່ງລຸກຂຶ້ນເຖີດ." ນາງກໍມືນຕາຂຶ້ນ, ແລະເມື່ອນາງເຫັນເປໂຕຈຶ່ງລຸກຂຶ້ນນັ່ງ. \v 41 ເປໂຕໄດ້ຈັບມືຂອງນາງເພື່ອດຶງນາງຂຶ້ນ; ແລະເມື່ອທ່ານເອີ້ນຜູ້ທີ່ເຊື່ອ ແລະ ພວກແມ່ຫມ້າຍເຂົ້າມາ, ທ່ານກໍມອບຍິງທີ່ມີຊີວິດໃຫ້ກັບພວກເຂົາ. \v 42 ເລື່ອງນີ້ແຜ່ຂະຫຍາຍໄປທົ່ວເມືອງ ຢົບປາ, ແລະຫລາຍຄົນກໍພາກັນມາເຊື່ອໃນອົງພຣະຜູ້ເປັນເຈົ້າ. \v 43 ເຫດການນີ້ເກີດຂື້ນໃນຂະນະທີ່ເປໂຕອາໄສຢູ່ໃນເມືອງ ຢົບປາເປັນເວລາຫລາຍມື້ກັບຊາຍຄົນຫນຶ່ງທີ່ມີຊື່ວ່າຊີໂມນ, ທີ່ເປັນຊ່າງຟອກຫນັງ. |