lo_act_text_ulb_l3/15/07.txt

1 line
1.3 KiB
Plaintext

\v 7 ຫລັງຈາກທີ່ໄດ້ໂຕ້ຖຽງກັນມາຫລາຍແລ້ວ, ເປໂຕຈຶ່ງຢືນຂຶ້ນ ແລະ ກ່າວກັບພວກເຂົາວ່າ "ພີ່ນ້ອງທັງຫລາຍ, ພວກທ່ານຮູ້ຢູ່ແລ້ວວ່ານານມາແລ້ວ ພຣະເຈົ້າໄດ້ຊົງເລືອກ ຂ້າພະເຈົ້າທ່າມກາງພວກທ່ານ ເພື່ອທີ່ຈະໄດ້ກ່າວຖ້ອຍຄຳແຫ່ງຂ່າວປະເສີດໃຫ້ພວກຕ່າງຊາດຟັງ ແລະ ເຊື່ອ. \v 8 ພຣະເຈົ້າຊົງຮູ້ໃຈມະນຸດ, ໄດ້ຊົງເປັນພະຍານໃຫ້ເຂົາດ້ວຍປະທານພຣະວິນຍານບໍຣິສຸດໃຫ້ແກ່ພວກເຂົາ, ເຫມືອນທີ່ຊົງປະທານໃຫ້ກັບພວກເຮົາ \v 9 ແລະ ພຣະອົງບໍ່ໄດ້ຖືວ່າມີຄວາມແຕກຕ່າງກັນລະວ່າງພວກເຮົາກັບພວກເຂົາ, ໃນການຊຳລະໃຈຂອງພວກເຂົາດ້ວຍຄວາມເຊື່ອ."