lo_act_text_ulb_l3/02/22.txt

1 line
1.5 KiB
Plaintext

\v 22 ທ່ານຊົນຊາດອິດສະຣາເອນ, ຈົ່ງຟັງຖ້ອຍຄຳຕໍ່ໄປນີ້: ພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພຣະເຈົ້າຊົງສະແດງຢ່າງຈະແຈ້ງແກ່ພວກທ່ານ ໂດຍອິດທິຣິດ, ແລະການອັດສະຈັນ, ແລະຫມາຍສຳຄັນຕ່າງໆ ທີ່ພຣະເຈົ້າຊົງເຮັດໂດຍຜ່ານພຣະອົງທ່າມກາງພວກທ່ານ, ດັ່ງທີ່ພວກທ່ານເອງກໍ່ຮູ້ຢູ່ແລ້ວ. \v 23 ພຣະອົງຖືກມອບໄວ້ເພາະເປັນແຜນການທີ່ພຣະເຈົ້າໄດ້ຊົງກຳນົດໄວ້ ແລະ ຊົງຮູ້ລ່ວງຫນ້າ, ແລະ ພວກທ່ານ, ໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະ ຂ້າພຣະອົງໂດຍມືຂອງຄົນອະທຳ. \v 24 ແຕ່ພຣະເຈົ້າໄດ້ເຮັດໃຫ້ພຣະອົງຄືນພຣະຊົນ, ແລະ້ເຮັດໃຫ້ພຣະອົງພົ້ນຈາກຄວາມເຈັບປວດແຫ່ງຄວາມຕາຍ, ເພາະເປັນໄປບໍ່ໄດ້ທີ່ຄວາມຕາຍຈະຢຶດພຣະອົງໄວ້.