1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 6 ເມື່ອພວກທ່ານເດີນທາງໄປທົ່ວທັງເກາະຈົນມາຮອດເມືອງປາໂຟແລ້ວ, ພວກທ່ານໄດ້ພົບກັບຊາວຢິວຄົນໜຶ່ງເຊິ່ງເປັນຜູ້ມີເວດມົນ, ແລະ ເປັນຜູ້ທຳນວາຍປອມ, ທີ່ມີຊື່ວ່າບາຣະເຢຊູ. \v 7 ຜູ້ມີເວດມົນຄົນນີ້ເປັນໝູ່ກັບຜູ້ປົກຄອງເກາະ, ເຊຄີໂອໂປໂລ, ເຊິ່ງເປັນຄົນສະຫລາດຮອບຮູ້. ຊາຍຄົນນີ້ເຊີນບາຣະນາບາກັບໂຊໂລມາພົບ, ເພາະທ່ານຢາກຈະຟັງພຣະທັມຂອງພຣະເຈົ້າ. \v 8 ແຕ່ເອລີມາ “ຜູ້ມີເວດມົນ” (ນັ້ນເປັນຄຳແປຊື່ຂອງລາວ) ຂັດຂວາງທ່ານທັງສອງໄວ້; ລາວພະຍາຍາມບໍ່ໃຫ້ຜູ້ປົກຄອງເຊື່ອ. |