1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 22 ໂມເຊໄດ້ຮັບການສຶກສາ ແລະ ຮຽນຮູ້ທຸກຢ່າງຂອງຊາວເອຢີບ, ແລະ ທ່ານກໍມີຄວາມສາມາດໃນການເວົ້າ ແລະ ວຽກງານຕ່າງໆ. \v 23 ແຕ່ເມື່ອທ່ານມີອາຍຸປະມານສີ່ສິບປີ, ທ່ານກໍຄິດຢາກໄປຢ້ຽມຢາມພີ່ນ້ອງຂອງທ່ານ, ທີ່ເປັນເຊື້ອສາຍຄົນອິດສະຣາເອນ. \v 24 ທ່ານໄດ້ເຫັນຄົນອິດສະຣາເອນຄົນຫນຶ່ງຖືກຂົ່ມເຫັງ, ໂມເຊໄດ້ປົກປ້ອງ ແລະ ແກ້ແຄ້ນຄົນທີ່ຂົ່ມເຫັງນັ້ນໂດຍການຂ້າຊາວເອຢີບຄົນນັ້ນ: \v 25 ທ່ານຄິດວ່າພີ່ນ້ອງຂອງທ່ານຈະເຂົ້າໃຈວ່າ ພຣະເຈົ້າໄດ້ຊ່ວຍພວກເຂົາດ້ວຍມືຂອງຕົນ, ແຕ່ພວກເຂົາບໍ່ເຂົ້າໃຈໃນເລື່ອງນັ້ນ. |