lo_act_text_ulb_l3/01/09.txt

1 line
1.4 KiB
Plaintext

\v 9 ເມື່ອພຣະເຢຊູຄຣິດເຈົ້າຊົງກ່າວເຖິງສິ່ງເຫລົ່ານີ້ແລ້ວ, ຂະນະທີ່ພວກເຂົາຫລຽວເບິ່ງທ້ອງຟ້າ, ພຣະອົງກໍ່ຖືກຮັບຂື້ນໄປ, ແລະມີເມກມາປິດບັງພຣະອົງຈາກສາຍຕາຂອງພວກເຂົາ. \v 10 ໃນຂະນະທີ່ພວກເຂົາກຳລັງແນມເບິ່ງທ້ອງຟ້າ ຕອນທີ່ພຣະອົງສະເດັດຂື້ນໄປ, ທັນໃດນັ້ນ, ມີຊາຍສອງຄົນນຸ່ງເຄື່ອງຂາວຢືນຢູ່ຂ້າງພວກເຂົາ. \v 11 ພວກເຂົາຖາມວ່າ, "ທ່ານຊາວຄາລີເລທັງຫລາຍ, ເປັນຫຍັງພວກທ່ານຈື່ງຢືນເບີ່ງຟ້າສະຫວັນຢູ່ທີ່ນີ້? ພະເຢຊູຄຣິດເຈົ້າອົງນີ້ທີ່ຖືກຮັບຂື້ນໄປທີ່ຟ້າສະຫວັນ, ຈະສະເດັດກັບຄືນມາໃນລັກສະນະດຽວກັບທີ່ພວກທ່ານໄດ້ເຫັນພຣະອົງສະເດັດໄປທີ່ສະຫວັນ."