lo_act_text_ulb_l3/27/42.txt

1 line
1.0 KiB
Plaintext

\v 42 ທະຫານວາງແຜນການທີ່ຈະຂ້ານັກໂທດເພື່ອທີ່ຈະບໍ່ໃຫ້ໃຜສາມາດລອຍນ້ຳອອກໄປ ແລະຫລົບຫນີໄດ້. \v 43 ແຕ່ນາຍຮ້ອຍຕ້ອງການທີ່ຈະຊ່ວຍໂປໂລໃຫ້ລອດຕາຍ, ເຂົາຢຸດແຜນການຂອງພວກເຂົາ; ແລະ ສັ່ງໃຫ້ຜູ້ທີ່ສາມາດລອຍນ້ຳທີ່ຈະກະໂດດລົງນ້ຳໄປກ່ອນ ແລະເຂົ້າໄປຝັ່ງ. \v 44 ຈາກນັ້ນຜູ້ທີ່ເຫລືອກໍໄດ້ເຮັດຕາມ ບາງຄົນກໍເກາະເທິງແຜ່ນກະດານ, ບາງຄົນກໍເກາະເທິງສິ່ງຕ່າງໆ ຈາກເຮືອດ້ວຍເຫດນີ້ ເຮົາທຸກຄົນຈຶ່ງເຂົ້າຝັ່ງດ້ວຍຄວາມປອດໄພ.