1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 23 ພຣະເຈົ້າປະທານພຣະຜູ້ຊວ່ຍໃຫ້ພົ້ນຂອງຊາວອິດສະຣາເອນ, ຄືພຣະເຢຊູຄຣິດເຈົ້າ, ຈາກເຊື້ອສາຍຂອງດາວິດຕາມທີ່ພຣະອົງຊົງສັນຍາໄວ້. \v 24 ເຫດການນີ້ໄດ້ເກີດຂື້ນ, ກ່ອນທີ່ພຣະເຢຊູຄຣິດເຈົ້າສະເດັດມາ, ໂຢຮັນໄດ້ປະກາດເຖີງບັບຕິສະມາ ທີ່ສະແດງເຖີງການກັບໃຈໃຫມ່ຕໍ່ຊາວອິດສະລາເອນທຸກຄົນແລ້ວ. \v 25 ຂະນະທີ່ໂຢຮັນກໍາລັງສຳເລັດພາລະກິດຂອງທ່ານ, ທ່ານກ່າວວ່າ, 'ພວກທ່ານຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນຜູ້ນັ້ນ. ແຕ່ຈົງຟັງເຖີດ, ຜູ້ທີ່ມາພາຍຫລັງຂ້າພະເຈົ້າ, ທີ່ຂ້າພະເຈົ້າບໍ່ສົມຄວນທີ່ຈະປົດສາຍເກີບອອກຈາກຕີນຂອງພຣະອົງ.' |