lo_act_text_ulb_l3/01/12.txt

1 line
1.3 KiB
Plaintext

\v 12 ພວກສາວົກກໍໄດ້ອອກຈາກພູຫມາກກອກເທດກັບໄປທີ່ນະຄອນເຢຣູຊາເລັມ, ຊຶ່ງໄກປະມານຫນຶ່ງຮ້ອຍກິໂລແມັດ. \v 13 ເມື່ອພວກເພີ່ນມາຮອດ, ພວກເພີ່ນໄດ້ຂຶ້ນໄປຫ້ອງຊັ້ນເທິງ, ທີ່ພວກເພີ່ນເຄີຍພັກອາໃສຢູ່. ພວກສາວົກລວມມີເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ ລູກຊາຍຂອງອາລະຟາຍ, ຊີໂມນ ພວກຄົນຫົວຮຸນແຮງ, ແລະ ຢູດາ ລູກຊາຍຂອງຢາໂກໂບ. \v 14 ພວກເຂົາທຸກຄົນເປັນນໍ້າຫນື່ງໃຈດຽວກັນ, ໃນຂະນະທີ່ພວກສາວົກຍັງອະທິຖານຢ່າງຮ້ອນຮົນ. ລວມທັງພວກຜູ້ຍິງ, ມາຣີພຣະມານດາຂອງພຣະເຢຊູຄຣິດເຈົ້າ, ແລະບັນດານ້ອງຊາຍຂອງພຣະເຢຊູເຈົ້າ.