lo_act_text_ulb_l3/07/54.txt

1 line
1.1 KiB
Plaintext

\v 54 ເມື່ອພວກ​ຊະ​ມາ​ສິກສະພາໄດ້ຍິນແນວນັ້ນ, ພວກເຂົາກໍ​ມີ​ຄວາມຄຽດແຄ້ນແຫນ້ນ​ໃຈຫລາຍ, ແລະ ກັດແຂ້ວຂອງ​ຕົນ​ໃສ່ຊະເຕຟາໂນ. \v 55 ແຕ່ຊະເຕຟາໂນເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ. ຫລຽວເບິ່ງ​ທີ່ຟ້າສະ​ຫວັນ ແລະ ເຫັນລັດສະຫມີຂອງພຣະເຈົ້າ; ແລະທ່ານໄດ້ເຫັນພຣະເຢຊູຄ​ຣິດ​ເຈົ້າ​ຊົງຢືນຢູ່ເບື້ອງຂວາພ​ຣະ​ຫັດຂອງພຣະເຈົ້າ. \v 56 ຊະເຕຟາໂນກ່າວວ່າ, "ເບິ່ງເຖີດ, ຂ້າ​ພະ​ເຈົ້າເຫັນທ້ອງຟ້າເປີດອອກ, ແລະ ບຸດມະນຸດຊົງຢືນຢູ່ເບື້ອງຂວາພະ​ຫັດຂອງພຣະເຈົ້າ."