lo_act_text_ulb_l3/01/21.txt

1 line
1.1 KiB
Plaintext

\v 21 ເພາະສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຄົນໜຶ່ງ ໃນບັນດາຄົນທີ່ຢູ່ຮ່ວມກັບພວກເຮົາຕະຫລອດເວລາທີ່ອົງພຣະເຢຊູຄຣິດເຈົ້າໄດ້ສະເດັດເຂົ້າມາ ແລະ ອອກໄປໃນທ່າມກາງພວກເຮົາ, \v 22 ເລີ້ມຕັ້ງແຕ່ການບັບຕິສະມາຂອງໂຢຮັນຈົນຮອດມື້ທີ່ພຣະອົງຖືກຮັບຂຶ້ນໄປຈາກພວກເຮົາ, ເຊິ່ງຕ້ອງເປັນພະຍານຮ່ວມກັບພວກເຮົາໃນການຄືນພຣະຊົນຂອງພຣະອົງ.” \v 23 ພວກເຂົາຈຶ່ງສະເໜີຊື່ຊາຍສອງຄົນຄື, ໂຢເຊັບ ທີ່ເອີ້ນວ່າ ບາຣະຊາບາ, ຜູ້ທີ່ມີຊື່ເອີ້ນອີກວ່າ ຢູສະໂຕ, ແລະ ມັດເທຍ.