lo_act_text_ulb_l3/03/21.txt

1 line
1.2 KiB
Plaintext

\v 21 ພຣະອົງຍັງຕ້ອງຢູ່ໃນສະຫວັນ. ຈົນກ່ວາຈະຮອດເວລາແຫ່ງການຟື້ນຟູຊັບພະສິ່ງຂື້ນມາໃຫມ່, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ເປັນເວລາດົນນານແລ້ວ ໂດຍປາກຂອງບັນດາຜູ້ທຳນວາຍບໍຣິສຸດຂອງພຣະອົງ. \v 22 ໂມເຊກ່າວຄວາມຈິງວ່າ, 'ອົງພຣະຜູ້ເປັນເຈົ້າຈະແຕ່ງຕັ້ງຜູ້ທຳນວາຍຄືກັບຂ້າພະເຈົ້າຂື້ນມາໃນທ່າມກາງພີ່ນ້ອງຂອງພວກທ່ານ. ພວກທ່ານຈະຟັງທຸກສິ່ງທີ່ພຣະອົງຈະກ່າວຕໍ່ພວກທ່ານ. \v 23 ສິ່ງທີ່ຈະເກີດຂື້ນກັບທຸກຄົນທີ່ບໍ່ຟັງຜູ້ທຳນວາຍນັ້ນ ພວກເຂົາກໍຈະຖືກທຳລາຍໃຫ້ຫມົດໄປຈາກຄົນທັງປວງ.'