lo_act_text_ulb_l3/03/11.txt

1 line
1.1 KiB
Plaintext

\v 11 ໃນຂະນະ ທີ່ຊາຍຄົນນັ້ນຍັງຢູ່ກັບເປໂຕ ແລະ ໂຢຮັນ, ຄົນທັງປວງໄດ້ແລ່ນເຂົ້າມາຮ່ວມຢູ່ກັບພວກເພີ່ນໃນລະບຽງພຣະວິຫານ ເຊິ່ງເອີ້ນວ່າລະບຽງຂອງໂຊໂລໂມນ, ດ້ວຍຄວາມແປກໃຈຫລາຍ. \v 12 ເມື່ອເປໂຕເຫັນເຊັ່ນນີ້, ທ່ານຈຶ່ງກ່າວກັບຄົນເຫລົ່ານັ້ນວ່າ, "ທ່ານຊົນຊາດອິດສະຣາເອນ, ເປັນຫຍັງພວກທ່ານຈຶ່ງແປກໃຈ? ເປັນຫຍັງພວກທ່ານຈື່ງເບິ່ງຂ້າພະເຈົ້າ, ຄືກັບວ່າຂ້າພະເຈົ້າໄດ້ເຮັດໃຫ້ຊາຍຄົນນີ້ຍ່າງໂດຍຣິດອຳນາດ ແລະ ຄວາມດີຂອງຂ້າພະເຈົ້າເອງ?