lo_act_text_ulb_l3/18/14.txt

1 line
909 B
Plaintext

\v 14 ເມື່ອໂປ­ໂລກຳ­ລັງຈະອອກ­ປາກ ຝ່າຍຄາ­ລີ­ໂອນກໍກ່າວແກ່ຊາວຢິວວ່າ, “ໂອ ຊາວຢິວທັງ­ຫລາຍ, ຖ້າເປັນເລື່ອງການຜິດຫລືການຊົ່ວ­ຊ້າປະ­ການໃດປະ­ການໜຶ່ງ ສົມ­ຄວນເຮົາຈະອົດຟັງພວກທ່ານ. \v 15 ແຕ່ຖ້າເປັນການໂຕ້ຖຽງກັນເຖິງເລື່ອງຖ້ອຍຄວາມກັບຊື່ຕ່າງ ແລະພຣະ­ບັນ­ຍັດຂອງພວກທ່ານແລ້ວ ກໍໃຫ້ເປັນທຸ­ລະຂອງພວກທ່ານເອງ ຝ່າຍເຮົາບໍ່ຢາກເປັນຜູ້ຕັດສີນໃນເລື່ອງຢ່າງນັ້ນ.”