1 line
1.9 KiB
Plaintext
1 line
1.9 KiB
Plaintext
\v 36 ທ່ານຮູ້ວ່າຖ້ອຍຄຳທີ່ພຣະອົງມອບໃຫ້ກັບຄົນອິດຊະຣາເອັນ, ເມື່ອພຣະອົງຊົງປະກາດຂ່າວປະເສີດເລື່ອງສັນຕິສຸກໂດຍພຣະເຢຊູຄຣິດເຈົ້າ, ຜູ້ຊົງເປັນອົງພຣະຜູ້ເປັນເຈົ້າຂອງທຸກຄົນ— \v 37 ພວກທ່ານເອງກໍຮູ້ເຖິງເຫດການທີ່ເກີດຂື້ນ, ທົ່ວແຂວງຢູດາຍ, ເລີ່ມຕົ້ນໃນແຂວງກາລີເລ, ຫລັງຈາກທີ່ໂຢຮັນໄດ້ປະກາດການຮັບບັບຕິສະມານັ້ນ; \v 38 ເຫດການຕ່າງໆ ທີ່ກ່ຽວກັບພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ແລະການທີ່ພຣະເຈົ້າຊົງເຈີມພຣະອົງດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ດ້ວຍຣິດເດດ. ພຣະອົງສະເດັດອອກໄປເຮັດຄວາມດີ ແລະ ປິ່ນປົວທຸກຄົນຜູ້ທີ່ຖືກຜີຮ້າຍບຽດບຽນ, ເພາະວ່າພຣະເຈົ້າສະຖິດກັບພຣະອົງ. |