1 line
1.0 KiB
Plaintext
1 line
1.0 KiB
Plaintext
\v 22 ພວກເຂົາກ່າວວ່າ, "ນາຍຮ້ອຍທີ່ຊື່ວ່າ ໂກເນລີໂອແມ່ນຜູ້ຊອບທຳ ແລະນະມັດສະການພຣະເຈົ້າ, ແລະເປັນທີ່ຮູ້ຈັກກັນດີໃນບັນດາຊົນຊາດຢິວ, ເທວະດາບໍຣິສຸດອົງໜຶ່ງຂອງພຣະເຈົ້າໄດ້ກ່າວແກ່ໂກເນລີໂອໃຫ້ມາເຊີນທ່ານໄປທີ່ເຮືອນ. ເພື່ອຈະສາມາດຟັງຖ້ອຍຄຳຂອງທ່ານ. \v 23 ເປໂຕຈຶ່ງເຊີນພວກເຂົາເຂົ້າມາທາງໃນ ແລະພັກຢູ່ກັບທ່ານ. ມື້ຕໍ່ມາເປໂຕກໍລຸກຂຶ້ນ ແລະໄປກັບພວກເຂົາ, ພີ່ນ້ອງບາງຄົນຈາກເມືອງຢົບປາ ກໍໄປກັບທ່ານດ້ວຍ. |