lo_act_text_ulb_l3/08/20.txt

1 line
1.2 KiB
Plaintext

\v 20 ເປໂຕໄດ້ກ່າວກັບລາວວ່າ, "ຂໍໃຫ້ເງິນຂອງທ່ານຈິບຫາຍໄປພ້ອ​ມກັບທ່ານ, ເພາະວ່າທ່ານຄິດວ່າຈະຊື້ຂອງປະ​ທານຈາກພຣະເຈົ້າດ້ວຍເງິນ. \v 21 ທ່ານບໍ່ມີສ່ວນຫລືມີສ່ວນຮ່ວມໃດໆໃນເລື່ອງນີ້, ເພາະຫົວໃຈຂອງທ່ານບໍ່ຖືກຕ້ອງຕໍ່ພຣະເຈົ້າ. \v 22 ເພາະສະນັ້ນ ຈົ່ງກັບໃຈຈາກຄວາມຊົ່ວຮ້າຍຂອງທ່ານ ແລະ ອະທິຖານຕໍ່​ອົງພຣະຜູ້ເປັນເຈົ້າ, ເພື່ອວ່າພ​ຣະ​ອົງອາດຈະຍົກ​ໂທດໃຫ້ກັບທ່ານສ​ຳ​ລັບສິ່ງທີ່ຢູ່ໃນໃຈຂອງທ່ານ. \v 23 ເພາະວ່າຂ້າ​ພະ​ເຈົ້າເຫັນທ່ານຢູ່ໃນອັນຕະລາຍຂອງຄວາມຂົມຂື່ນ ແລະ ໃນ​ການເປັນທາດຂອງບາບ."