1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 14 ແຕ່ເມື່ອພວກອັກຄະສາວົກໃນນະຄອນ ເຢຣູຊາເລັມໄດ້ຍິນວ່າຊາວຊາມາເຣຍໄດ້ຮັບເອົາພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງສົ່ງເປໂຕກັບໂຢຮັນໄປ. \v 15 ເມື່ອເປໂຕກັບໂຢຮັນມາຮອດ, ພວກທ່ານກໍອະທິຖານ, ເພື່ອໃຫ້ພວກທ່ານໄດ້ຮັບພຣະວິນຍານບໍຣິສຸດເຈົ້າ. \v 16 ເພາະວ່າຈົນຮອດຕອນນັ້ນ, ພຣະວິນຍານບໍຣິສຸດເຈົ້າຍັງບໍ່ໄດ້ສະເດັດລົງມາຢູ່ກັບຜູ້ໃດເລີຍ; ພວກທ່ານພຽງແຕ່ໄດ້ຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າເທົ່ານັ້ນ. \v 17 ແລ້ວເປໂຕກັບໂຢຮັນຈຶ່ງວາງມືໃສ່ພວກເຂົາ, ພວກທ່ານກໍໄດ້ຮັບພຣະວິນຍານບໍຣິສຸດເຈົ້າ. |