lo_act_text_ulb_l3/21/07.txt

1 line
1.0 KiB
Plaintext

\v 7 ເມື່ອແລ່ນເຮືອຈາກເມືອງຕີເຣແລ້ວ, ພວກເຮົາໄດ້ມາເຖິງເມືອງປະໂຕເລມາຍ. ເຮົາຈຶ່ງໄປຄຳນັບທັກທາຍພີ່ນ້ອງທີ່ນັ້ນ ແລະ ພັກຢູ່ກັບພວກເຂົາວັນຫນຶ່ງ. \v 8 ໃນເຊົ້າວັນໃຫມ່ພວກເຮົາກໍຈາກໄປ ແລະ ໄປຍັງເມືອງກາຍຊາເຣຍ. ພວກເຮົາເຂົ້າໄປໃນເຮືອນຂອງຟິລິບຜູ້ປະກາດຂ່າວປະເສີດຊຶ່ງເປັນຫນຶ່ງໃນເຈັດຄົນນັ້ນ ແລະ ພວກເຮົາກໍພັກຢູ່ກັບເຂົາ. \v 9 ຕອນນີ້ຟິລິບມີລູກສາວສີ່ຄົນທີ່ຍັງເປັນຍິງພົມມະຈາລີ ເປັນຜູ້ປະກາດພຣະວັດຈະນະທຳ.