1 line
2.0 KiB
Plaintext
1 line
2.0 KiB
Plaintext
\v 30 ໂກເນລີໂອຈຶ່ງຕອບວ່າ, "ເມື່ອສີ່ມື້ທີ່ຜ່ານມາໃນເວລາປະມານນີ້, ຕອນບ່າຍສາມໂມງ ຂ້າພະເຈົ້າກຳລັງອະທິຖານຢູ່ໃນເຮືອນ; ແລະໄດ້ເຫັນ, ຊາຍຄົນຫນຶ່ງນຸ່ງຊຸດສີຂາວທີ່ງົດງາມຢືນຢູ່ຕໍ່ຫນ້າຂ້າພະເຈົ້າ. \v 31 ທ່ານຜູ້ນັ້ນກ່າວວ່າ, 'ໂກເນລິໂອ, ພຣະເຈົ້າຊົງໄດ້ຍິນຄຳອະທິຖານຂອງທ່ານແລ້ວ, ແລະ ການໃຫ້ບໍລິຈາກແກ່ຄົນທຸກຍາກກໍເຮັດໃຫ້ພຣະເຈົ້າລະລຶກເຖິງທ່ານ. \v 32 ເພາະເຫດນັ້ນ ຈົ່ງໃຊ້ຄົນໄປທີ່ເມືອງ ຢົບປາ, ແລະ ເຊີນຊາຍຄົນຫນຶ່ງຊື່ວ່າຊີໂມນທີ່ເອີ້ນວ່າເປໂຕມາຫາທ່ານ, ທ່ານອາໄສຢູ່ໃນເຮືອນຂອງຊ່າງຟອກຫນັງທີ່ຊື່ວ່າ ຊີໂມນ ຢູ່ແຄມຝັ່ງທະເລ.' " \v 33 ດັ່ງນັ້ນ ຂ້າພະເຈົ້າໄດ້ໃຊ້ຄົນມາຫາທ່ານ. ທ່ານເປັນຄົນໃຈດີທີ່ໄດ້ມາ. ບັດນີ້, ພວກເຮົາທຸກຄົນຢູ່ທີ່ນີ້ໃນສາຍພຣະເນດຂອງພຣະເຈົ້າ, ເພື່ອຟັງທຸກສິ່ງທີ່ທ່ານໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າໃຫ້ເວົ້າ." (ເມື່ອທ່ານມາເຖິງທ່ານຈະບອກ) |