1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 27 ໃນຂະນະທີ່ເປໂຕກຳລັງສົນທະນາກັບໂກເນລີໂອ, ເປໂຕກໍເຂົ້າມາທາງໃນ ແລະ ເຫັນຄົນຫລວງຫລາຍໆມາປະຊຸມຮ່ວມກັນ. \v 28 ທ່ານຈຶ່ງໄດ້ກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ຢູ່ວ່າ ການທີ່ຄົນຢິວຈະສົມທົບ ຫລື ຢ້ຽມຢາມຄົນຕ່າງຊາດຖືວ່າເປັນສິ່ງທີ່ຕ້ອງຫ້າມ. ແຕ່ພຣະເຈົ້າຊົງໂຜດໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຄວນເອີ້ນຖືວ່າຄົນໃດຄົນຫນຶ່ງບໍ່ສະອາດ ຫລື ບໍ່ບໍຣິສຸດ. \v 29 ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າມາໂດຍບໍ່ມີການໂຕ້ຖຽງກັນ, ເມື່ອທ່ານໃຊ້ຄົນໄປເຊີນຂ້າພະເຈົ້າ. ດັ່ງນັ້ນ ຂ້າພະເຈົ້າຂໍຖາມເຫດຜົນທີ່ທ່ານເຊີນຂ້າພະເຈົ້າມາ." |