lo_act_text_ulb_l3/09/13.txt

1 line
1.5 KiB
Plaintext

\v 13 ແຕ່ອານາເນຍຕອບວ່າ, "ອົງພຣະຜູ້ເປັນເຈົ້າ, ຂ້າ​ພະ​ເຈົ້າໄດ້ຍິນຈາກຫລາຍຄົນກ່ຽວກັບຊາຍຄົນນີ້, ລາວໄດ້ໂຈມຕີຜູ້ບໍຣິສຸດຂອງພ​ຣະ​ອົງໃນນະ​ຄອນ ເຢຣູຊາເລັມ. \v 14 ລາວໄດ້ຮັບອຳນາດຈາກພວກຫົວຫນ້າປະໂລຫິດ​ທີ່ຈະຈັບກຸມຜູ້ໃດກໍ​ຕາມທີ່ນີ້ຜູ້ທີ່ອອກນາມຊື່ຂອງພ​ຣະ​ອົງ." \v 15 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າກ່າວ​ກັບ​ທ່ານ​ວ່າ, " ຈົ່ງ​ໄປ​ເຖີດ, ເພາະ​ເຂົາ​ເປັນ​ພາ​ຊະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເລືອກ​ໄວ້, ​ທີ່​ຈະ​ນຳນາມຊື່ຂອງຂ້າ​ພະ​ເຈົ້າໄປເຖິງ​ບັ​ນ​ດາ​ຄົນຕ່າງຊາດ ແລະ ບັນ​ດາກະສັດ ແລະ ລູກ​ຫລານຂອງຊາວອິດສະຣາເອນ; \v 16 ເພາະວ່າຂ້າ​ພະ​ເຈົ້າຈະ​ໂຜດໃຫ້ລາວເຫັນວ່າລາວຕ້ອງທົນທຸກລຳ​ບາກເທົ່າໃດເພື່ອ​ນາມຊື່ຂອງຂ້າ​ພະ​ເຈົ້າ."