lo_act_text_ulb_l3/02/01.txt

1 line
1.0 KiB
Plaintext

\c 2 \v 1 ເມື່ອວັນເພັນເຕຄໍສະເຕໄດ້ມາເຖິງ, ພວກສາວົກເຕົ້າໂຮມກັນຢູ່ໃນບ່ອນດຽວກັນ. \v 2 ໃນທັນໃດນັ້ນ ມີສຽງຈາກຟ້າສະຫວັນຄ້າຍຄືສຽງພາຍຸແຮງກ້າ, ດັງກ້ອງໄປທົ່ວເຮືອນທີ່ພວກເພີ່ນກຳລັງນັ່ງຢູ່. \v 3 ພວກເພີ່ນໄດ້ເຫັນໄຟລັກສະນະຄືກັບລີ້ນ, ແຜ່ກະຈາຍຢູ່ເທິງພວກທ່ານແຕ່ລະຄົນ. \v 4 ພວກເພີ່ນທຸກຄົນກໍ່ເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ເລີ່ມເວົ້າພາສາອື່ນໆ, ຕາມທີ່ພຣະວິນຍານບໍຣິສູດເຈົ້າຊົງໃຫ້ພວກທ່ານເວົ້າ.