lo_act_text_ulb_l3/04/08.txt

1 line
1.3 KiB
Plaintext

\v 8 ແລ້ວເປໂຕ, ກໍເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ, ກ່າວແກ່ພວກເຂົາວ່າ, \v 9 “ທ່ານຜູ້ຄອບຄອງປະຊາຊົນ, ແລະ ພວກຜູ້ໃຫຍ່ຖ້າພວກທ່ານຈະຖາມຂ້າພະເຈົ້າໃນມື້ນີ້ ເຖິງການດີທີ່ພວກເຮົາໄດ້ເຮັດກັບຄົນເຈັບປ່ວຍນີ້—ວ່າລາວດີຂື້ນເປັນປົກກະຕິໄດ້ແນວໃດ? \v 10 ກໍຂໍໃຫ້ພວກທ່ານ ແລະ ຊົນຊາດອິດສະຣາເອນ, ທຸກຄົນຈົ່ງຮູ້ໄວ້ວ່າໃນພຣະນາມຂອງພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພວກທ່ານໄດ້ຖືກຄຶງທີ່ກາງແຂນ, ຜູ້ທີ່ພຣະເຈົ້າໄດ້ຊົງເຮັດໃຫ້ພຣະອົງເປັນຂື້ນມາຈາກຄວາມຕາຍ—ໂດຍພຣະອົງນີ້ແຫລະ ທີ່ເຮັດໃຫ້ຊາຍຄົນນີ້ຢືນຢູ່ຕໍ່ຫນ້າທ່ານທັງຫລາຍເປັນປົກກະຕິ.