lo_act_text_ulb_l3/15/30.txt

1 line
885 B
Plaintext

\v 30 ເມື່ອພວກເຂົາລາຈາກກັນແລ້ວ ທ່ານເຫລົ່ານັ້ນກໍລົງມາຍັງເມືອງອັນຕີໂອ ຫລັງຈາກທີ່ໄດ້ປະຊຸມກັບຄົນທັງປ່ວງແລ້ວ ພວກເຂົາກໍມອບຈົດຫມາຍສະບັບນັ້ນໃຫ້ \v 31 ເມື່ອພວກເຂົາໄດ້ອ່ານແລ້ວ ພວກເຂົາກໍໄດ້ຊື່ນຊົນຍິນດີ ເພາະຄຳຫນູນໃຈນັ້ນ \v 32 ຢູດາກັບຊີລາເປັນຜູ້ປະກາດດ້ວຍ ກໍໄດ້ກ່າວຄຳຫນູນໃຈພີ່ນ້ອງດ້ວຍຖ້ອຍຄຳລາກຫລາຍແລະເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ