lo_act_text_ulb_l3/23/06.txt

1 line
1.3 KiB
Plaintext

\v 6 ເມື່ອໂປໂລເຫັນວ່າສ່ວນຫນຶ່ງຂອງສະພາເປັນພວກຊາດູກາຍ ແລະ ພວກຟາຣິີຊາຍອື່ນໆ, ເຂົາຈຶ່ງເວົ້າສຽງດັງໃນສະພາວ່າ, "ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າເປັນຟາຣີຊາຍ, ເປັນລູກຊາຍຂອງພວກຟາຣີຊາຍ. ທີ່ຂ້າພຣະເຈົ້າຖືກພິພາກສາ ກໍເພາະຂ້າພຣະເຈົ້າຫມັ້ນໃຈໃນຄວາມຫວັງໃນການຟື້ນຄືນຊີວິດຈາກຄວາມຕາຍ." \v 7 ເມື່ອເຂົາກ່າວເຊັ່ນນີ້, ກໍເກີດການໂຕ້ຖຽງລະຫວ່າງພວກຟາຣີຊາຍ ແລະ ພວກຊາດູກາຍ ແລະ ຝູງຊົນກໍແຕກແຍກ. \v 8 ເນື່ອງຈາກພວກຊາດູກາຍກ່າວວ່າບໍ່ມີການຟື້ນຄືນຊີວິດ, ບໍ່ມີທູດສະຫວັນ, ແລະ ບໍ່ມີວິນຍານ, ແຕ່ພວກຟາຣີຊາຍຮັບຮູ້ໃນສິ່ງທັງຫມົດເຫລົ່ານີ້.