lo_act_text_ulb_l3/21/27.txt

1 line
1.4 KiB
Plaintext

\v 27 ເມື່ອໃກ້ຄົບເຈັດວັນແລ້ວ, ພວກຢິວທີ່ມາຈາກແຄວ້ນເອເຊຍ, ໄດ້ຫລຽວເຫັນໂປໂລໃນພຣະວິຫານ, ແລະ ພວກເຂົາຍຸຍົງປະຊາຊົນໃຫ້ຕໍ່ຕ້ານ ແລະຈັບໂປໂລ. \v 28 ພວກເຂົາຮ້ອງຂຶ້ນວ່າ, "ຊົນຊາດອິດສະຣະເອນເອີຍ, ຈົ່ງຊ່ວຍພວກເຮົາເຖີດ. ຊາຍຄົນນີ້ໄດ້ສອນທຸກຄົນໃນທຸກແຫ່ງໃຫ້ເປັນສັດຕູຕໍ່ຊົນຊາດເຮົາຕໍ່ກົດບັນຍັດຂອງໂມເຊ ແລະ ໃນພຣະວິຫານນີ້. ນອກຈາກນີ້, ເຂົາຍັງພາຄົນກຣີກເຂົ້າມາໃນພຣະວິຫານຊຶ່ງເຮັດໃຫ້ສະຖານທີ່ບໍຣິສຸດແຫ່ງນີ້ເປັນມົນທິນ." \v 29 ເພາະກ່ອນຫນ້ານີ້ຄົນພວກນັ້ນໄດ້ເຫັນໂທຟີໂມຢູ່ກັບໂປໂລໃນເມືອງນັ້ນ ແລະ ພວກເຂົາຈຶ່ງຄິດວ່າໂປໂລພາຄົນນັ້ນເຂົ້າມາໃນໃນພຣະວິຫານ.