lo_act_text_ulb_l3/21/15.txt

1 line
641 B
Plaintext

\v 15 ຫລັງຈາກມື້ນັ້ນ, ພວກເຮົາກໍເກັບເອົາສິ່ງຂອງແລ້ວຂຶ້ນໄປຍັງກຸງເຢຣູຊາເລັມ. \v 16 ມີສາວົກບາງຄົນຈາກເມືອງກາຍຊາເຣັຍໄປກັບເຮົາດ້ວຍ. ພວກເຂົາພາເຮົາໄປຫາຊາຍຄົນຫນຶ່ງຊື່ມານາໂຊນ, ຊາວເກາະໄຊປຣັດ, ທີ່ເປັນສາວົກໃນຊ່ວງທຳອິດ, ໂດຍໃຫ້ເຮົາອາໃສຢູ່ກັບເຂົາ.