lo_act_text_ulb_l3/05/29.txt

1 line
1.5 KiB
Plaintext

\v 29 ເປໂຕ ແລະ ບັນດາອັກຄະສາວົກຕອບວ່າ, "ພວກຂ້າພະເຈົ້າຈຳເປັນຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າເຊື່ອຟັງມະນຸດ. \v 30 ພະເຢຊູຄຣິດເຈົ້າຜູ້ທີ່ທ່ານໄດ້ຂ້າ ແລະ ແຂວນໄວ້ຢູ່ເທິງຕົ້ນໄມ້. ພຣະເຈົ້າຂອງບັນພະບຸລຸດຂອງພວກຂ້າພະເຈົ້າໄດ້ເປັນຄືນມາແລ້ວ, \v 31 ພຣະເຈົ້າຊົງຍົກພຣະອົງຂຶ້ນໄວ້ຢູ່ທີ່ເບື້ອງຂວາພຣະຫັດຂອງພຣະອົງ, ເພື່ອໃຫ້ເປັນອົງພຣະຜູ້ນຳ ແລະ ເປັນພຣະຜູ້ຊ່ອຍໃຫ້ລອດພົ້ນເພື່ອຈະໃຫ້ຊົນຊາດອິດສະຣາເອນກັບໃຈໃຫມ່, ແລະຊົງອະໄພບາບ. \v 32 ຂ້າພະເຈົ້າເປັນພະຍານໃນເລື່ອງນີ້, ແລະພຣະວິນຍານບໍຣິສຸດເຈົ້າ, ທີ່ພຣະເຈົ້າໄດ້ມອບໃຫ້ກັບຄົນເຫລົ່ານັ້ນທີ່ເຊື່ອຟັງພຣະອົງກໍຊົງເປັນພະຍານເຊັ່ນກັນ."