lo_act_text_ulb_l3/14/14.txt

1 line
1.7 KiB
Plaintext

\v 14 \v 15 \v 16 14 ແຕ່​ເມື່ອ​ອັກ​ຄະ​ສາ​ວົກ​ບາ​ຣະ​ນາ​ບາ​ກັບ​ໂປ​ໂລ​ໄດ້​ຍິນ​ດັ່ງ​ນັ້ນ, ພວກເພີ່ນກໍ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ ແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ທ່າມ​ກາງ​ປະ​ຊາ​ຊົນ​ນັ້ນ​ທັນ​ທີ ແລະ​ຮ້ອງ​ຂຶ້ນ​ວ່າ, 15 “ທ່ານ​ທັງ​ຫລາຍ​ເອີຍ ເປັນ​ຫຍັງ​ຈຶ່ງ​ເຮັດ​ເຊັ່ນ​ນີ້? ພວກ​ເຮົາ​ທັງ​ສອງ​ກໍ​ເປັນ​ມະ​ນຸດ​ຢ່າງ​ດຽວ​ກັນ​ກັບ​ພວກ​ທ່ານ ແລະ​ເຮົານຳ​ຂ່າວ​ປະ​ເສີດມາເພື່ອ​ໃຫ້​ພວກ​ທ່ານ​ກັບ​ໃຈ​ຈາກ​ສິ່ງ​ອັນ​ບໍ່​ມີ​ປະ​ໂຫຍດ​ເຫລົ່າ​ນີ້ ແລະ​ຫັນ​ມາ​ຫາ​ພຣະ​ເຈົ້າ​ອົງ​ຊົງ​ຊີ​ວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ຟ້າ​ສະ​ຫວັນ, ແຜ່ນ​ດິນ​ໂລກ, ນໍ້າ​ທະ​ເລ ແລະ​ສັບ​ພະ​ທຸກ​ສິ່ງ ຊຶ່ງ​ຢູ່ໃນ​ທີ່​ນັ້ນ. 16 ໃນ​ອະ​ດີດ​ທີ່​ຜ່ານ​ມາ ພຣະ​ອົງ​ປ່ອຍ​ໃຫ້​ປະ​ຊາ​ຊົນຊາດຕ່າງໆ​​ປະ​ຕິ​ບັດ​ຕາມ​ຮີດ​ຄອງ​ຂອງ​ຕົນ.