lo_act_text_ulb_l3/10/27.txt

1 line
1.4 KiB
Plaintext

\v 27 ໃນຂະນະທີ່ເປໂຕກຳລັງສົນທະນາກັບໂກເນລີໂອ, ເປໂຕກໍເຂົ້າມາທາງ​ໃນ ແລະ ເຫັນ​ຄົນ​ຫລວງຫລາຍໆມາ​ປະ​ຊຸມ​ຮ່ວມກັນ. \v 28 ທ່ານ​ຈຶ່ງ​ໄດ້ກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ຢູ່​ວ່າ ການ​ທີ່ຄົນຢິວຈະສົມທົບ ຫລື ຢ້ຽມຢາມຄົນຕ່າງ​ຊາດຖືວ່າເປັນສິ່ງທີ່ຕ້ອງຫ້າມ. ແຕ່ພຣະເຈົ້າຊົງ​ໂຜດໃຫ້ຂ້າ​ພະ​ເຈົ້າເຫັນວ່າ ບໍ່ຄວນເອີ້ນຖືວ່າຄົນໃດ​ຄົນ​ຫນຶ່ງບໍ່ສະອາດ ຫລື ບໍ່ບໍ​ຣິ​ສຸດ. \v 29 ນັ້ນແມ່ນເຫດຜົນທີ່ຂ້າ​ພະ​ເຈົ້າມາໂດຍບໍ່ມີການໂຕ້ຖຽງກັນ, ເມື່ອທ່ານໃຊ້ຄົນໄປເຊີນຂ້າ​ພະ​ເຈົ້າ. ດັ່ງນັ້ນ ຂ້າ​ພະ​ເຈົ້າຂໍຖາມເຫດ​ຜົນທີ່​ທ່ານເຊີນຂ້າ​ພະ​ເຈົ້າ​ມາ."