lo_act_text_ulb_l3/23/22.txt

1 line
1.1 KiB
Plaintext

\v 22 ດັ່ງນັ້ນນາຍພັນຈຶ່ງໃຫ້ຊາຍຫນຸ່ມນັ້ນໄປຫລັງຈາກແນະນຳເຂົາວ່າ"ຢ່າບອກໃຜວ່າເຈົ້າໄດ້ບອກເລື້ອງນີ້ແກ່ເຮົາ" \v 23 ຈາກນັ້ນເຂົາໄດ້ຮ້ອງນາຍຮ້ອຍສອງຄົນມາແລະກ່າວວ່າ"ໃຫ້ຈັດກອງທະຫານສອງນາຍຮ້ອຍຄົນ ທະຫານມ້າເຈັດສິບຄົນ ແລະນາຍທະຫານຫອກສອງຮ້ອຍຄົນຕຽມພ້ອມທີ່ຈະເດີນທາງໄກໄປຍັງເມືອງກາຍສະເຣຍ ທ່ານຈະອອກໃນເວລາກົ້າໂມງຂອງຄືນນີ້" \v 24 ເຂົາຍັງສັ່ງໃຫ້ພວກເຂົາຈັດຕຽມສັດໃຫ້ໂປໂລຂີ່ ແລະພາເຂົາໄປຫາເຟລິກຜູ້ວ່າລາດສະການເມືອງຢ່າງປອດໄພ