lo_act_text_ulb_l3/23/06.txt

1 line
1.3 KiB
Plaintext

\v 6 ເມື່ອໂປໂລເຫັນວ່າສ່ວນຫນຶ່ງຂອງສະພາເປັນພວກຊາດູກາຍແລະພວກຟາຣິີຊາຍອື່ນໆ ເຂົາຈຶ່ງເວົ້າສຽງດັງໃນສະພາວ່າ "ພີ່ນ້ອງທັງຫລາຍ ຂ້າພຣະເຈົ້າເປັນຟາຮີຊາຍ ເປັນບຸດຊາຍຂອງພວກຟາຣີຊາຍ ທີ່ຂ້າພຣະເຈົ້າຖືກຜິດຈາລະນາກໍເພາະເລື້ອງຄວາມຫວັງໃນການຟື້ນຄືນຊີບຈາກຄວາມຕາຍຢ່າງຫມັ່ນໃຈ " \v 7 ເມື່ອເຂົາກ່າວເຊັ່ນນີ້ ກໍເກີດການໂຕ້ຖຽງລະຫວ່າງພວກຟາຣີຊາຍແລະພວກຊາດູກາຍ ແລະຝູງຊົນກໍແຕກແຍກ \v 8 ເນື່ອງຈາກພວກຊາດູກາຍກ່າວວ່າບໍ່ມີການຟື້ນຄືນຊີບ ບໍ່ມີທູດສະຫວັນ ແລະ ບໍ່ມີວິນຍານ ແຕ່ພວກຟາຮີຊາຍຖືວ່າມີທັງຫມົດ